1ຄົ້ນ1ຕົ້ນເພື່ອໂລກເພື່ອພວກເຮົາ
ນັກວິໄຈຈາກມະຫາວິທະຍາໄລ"ຈອລ໌ເຈຍເທກ"ໄດ້ພັດທະນາໂມບາຍແອບ ຯ ເທິງ iphone ຊື່ວ່າ Braille Touch ຊຶ່ງຊ່ວຍໃຫ້ຜູ້ພິການທາງສາຍຕາສາມາດພິມຂໍ້ຄວາມບະໜົດມາລ໌ທະໂຟນໄດ້ດ້ວຍການສຳຜັດ ລະຫັດອັກສອນເບນລ໌ເທິງໜ້າຈໍ ມັນໜ້າຕະລຶງທີ່ວ່າ ໜ້າຈໍມາລ໌ທະໂຟນແປ ໆ ຈະສາມາດຊ່ວຍໃຫ້ຜູ້ພິການທາງສາຍຕາສາມາດພິມຕົວອັກສອນເບນລ໌ທີ່ຈະຕ້ອງມີຄວາມ ນູນຕ່ຳໄດ້ຢ່າງໃດ? ຊຶ່ງ Touch Bralle ສາມາດຕອບໂຈດໃນເລື່ອງນີ້ໄດ້
ຜູ້ອ່ານເວັບໄຊ້ຄົງຢາກຈະຮູ້ວິທີຂອງແອບ ຯ Braille Touch ກັນແລ້ວແມ່ນບໍ່, ກ່ອນອື່ນເຮົາມາເບິ່ງວິທີໃຊ້ໜ້າຈໍຂອງມັນກ່ອນ ການໃຊ້ແອບ ຯ ຕົວນີ້ ຜູ້ໃຊ້ຈະຕ້ອງວາງຕົວເຄື່ອງໃນແນວນອນແລະຫັນໜ້າຈໍອອກໄປດ້ານໜ້າ,ໂດຍແຕ່ລະຂ້າງເທິງໜ້າຈໍຈະສະແດງພາບປຸ່ມ 3 ປຸ່ມ (ທັງໝົດລວມ 6 ປຸ່ມ) ຊຶ່ງປຸ່ມທັງໝົດນີ້ຈະໃຊ້ແທນໂຄ້ດ 6 ຈຸດຂອງພາສາ Braille ທີ່ຖືກໃຊ້ແທນຕົວອັກສອນໃນພາສາອັງກະຫລົດ

ເມື່ອເຈົ້າໃຊ້ນິ້ວສຳຜັດປຸ່ມເທິງໜ້າຈໍຕາມົນຫັດຈຸດຂອງຕົວອັກສອນຕ່າງ ໆ ແອບຯ ຈະອ່ານອອກສຽງຕົວຫນັງສືທີ່ເຈົ້າພິມໃຫ້ໄດ້ຍິນ ຊຶ່ງຜົນຈາກການທົດສອບການໃຊ້ງານກັບຜູ້ໃຊ້ກ່ອນໜ້ານີ້ ພົບວະ ສະຖິຕິສູງສຸດສາມາດພິມໄດ້ໄວເຖິງ 32 ຄໍາຕໍ່ນາທີ ໂດຍມີຄວາມຖືກຕ້ອງສູງເຖິງ 92% ຄວາມໜ້າສົນໃຈອີກປະການໜຶ່ງກໍຄື ແອບຯ ຕົວນີ້ອາດຈະໃຊ້ກັບຜູ້ໃຊ້ທົ່ວໄປໄດ້ອີກດ້ວຍ ນັ້ນໝາຍຄວາມວ່າເຈົ້າສາມາດພິມຂໍ້ຄວາມໄດ້ໂດຍບໍ່ຕ້ອງເບິ່ງໜ້າຈໍເວລາພິມ ຢ່າງໃດກໍຕາມ ທີມວິໄຈບໍ່ໄດ້ຕ້ອງການໃຫ້ໃຊ້ແອບ ຯ ຕົວນີ້ໃນການພິມຂໍ້ຄວາມຂະນະຂັບລົດເດີພີ່ນ້ອງ - -"
© 2012 Created by DJ Mone ຜູ້ບໍລິຫານຕົກຍາກ.
![]()

---------------------------------------------------------------------------------------------------------------------
You need to be a member of Yimlao to add comments!
Join Yimlao