ສະບາຍດີປີໃໝ່ລາວ
1. ມີແຈກັນໃບໜຶ່ງວາງຢູ່ໃນຫ້ອງນອນຂອງເຈົ້າ ແຈກັນທີ່ວ່າມີລັກສະນະຂະໜາດໃດ?
A. ແຈກັນສີຟ້າ ດອກໄມ້ສີແດງຫຼືສີຊົມພູ
B. ແຈກັນສີນ້ຳຕານ ດອກໄມ້ສີຟ້າ
C. ແຈກັນສີຄີມ ດອກໄມ້ສີມ້ວງ
D. ແຈກັນສີຂາວ ດອກໄມ້ສີແດງຫຼືສີຊົມພູ
2. ເທິງໂຕະມີແວ່ນແບບມີດ້າມຈັບວາງຢູ່ ມັນຢູ່ໃນລັກສະນະໃດ?
A. ວາງຂວ້ຳໜ້າລົງ
B. ວາງຕະແຄງເກືອບຂວ້ຳອ່ຽງຂວາ
C. ວາງຕະແຄງເກືອບຂວ້ຳອ່ຽງຊ້າຍ
D. ວາງຫງາຍ
3. ຈະມີອີ່ຫຍັງຢູ່ໃນກອບຮູບທີ່ວາງຢູ່ເທິງໂຕະຂອງຜູ້ຍິງ?
A. ຮູບທີ່ສຸດທີ່ຮັກຖ່າຍໃຫ້
B. ປີ້ລົດເມທີ່ອອກເດດຄັ້ງທຳອິດ
C. ປີ້ໜັງເລື່ອງທຳອິດທີ່ເບິ່ງກັບຫວານໃຈ
D. ຮູບທີ່ຖ່າຍກັບຫວານໃຈ
4. ຕ່ຽງນອນແບບໃດທີ່ເຈົ້າຄິດວ່າຊ່ວຍໃຫ້ດວງຄວາມຮັກຂອງເຈົ້າດີຂື້ນ?
A. ຮູບຫົວໃຈ
B. ຮູບດາວ
C. ຮູບແປດລ່ຽມ
D. ຮູບວົງມົນ
5. ລະຫວ່າງທີ່ຄອຍຖ້າໂທລະສັບຈາກຫວານໃຈ ເຈົ້າວ່າຜູ້ຍິງໂດຍທົ່ວໄປຈະເຮັດຫຍັງ?
A. ຮ້ອຍລູກປັດ
B. ນັ່ງເບິ່ງໂທລະສັບ
C. ຖັກຜ້າພັນຄໍ ຫຼື ເສື້ອແລັນ
D. ຫຍິບຕຸກກະຕາ
6. ດອກໄມ້ທີ່ເພິ່ງຊື້ມາມື້ນີ້ ເຈົ້າວ່າມື້ອື່ນຈະເປັນແນວໃດ?
A. ບາງກີບຖືກໜອນຈຶ
B. ບານເຕັມທີ່
C. ຖືກເດັດຫາຍໄປ
D. ກີບຫລົ່ນຢູ່ໃຕ້ຕົ້ນ
7. ຝັນຂອງເຈົ້າເປັນພາບສີຫຼືບໍ່?
A. ເປັນເລື້ອຍໆ
B. ໜ້ອຍຄັ້ງ
C. ຈຳບໍ່ໄດ້ດອກ
D. ແຍກແຍະບໍ່ອອກລະຫວ່າງຝັນຂາວດຳກັບຝັນເປັນສີ
8. ປື້ມອ່ານປະເພດໃດທີ່ເຈົ້າມັກອ່ານຫລາຍທີ່ສຸດ?
A. ຊີວິດແລະປັດສະຍາ
B. ເລື່ອງເລັ່ນລັບທີ່ຊວນຫາຄຳຕອບ
C. ເລື່ອງຕະລົກ
D. ຮັກໂລແມນຕິກ
ວິທີກວດສອບຄຳຕອບ
ຕົວຢ່າງ : ສົມມຸດຕອບຂໍ້ 1 ວ່າ A ແມ່ນ 5 ຄະແນນ, ຖ້າຕອບວ່າ B ແມ່ນ 0 ຄະແນນ
ເຮັດແບບນີ້ຈົນຄົບ 8 ຂໍ້ ແລ້ວນຳຄະແນນທັງ 8 ຂໍ້ມາບວກກັນ ໄດ້ເທົ່າໃດນຳມາທຽບໃນຕາງຕະລາງຄະແນນຂ້າງລຸ່ມ ໄດ້ຄະແນນໃນລະຫວ່າງເທົ່າໃດ ຖືກຈັດໃນກຸ່ມໃດ ແລ້ວເບິ່ງຄຳຕອບຂອງຕົວເອງໄດ້ເລີຍ.
ລ/ດ |
A |
B |
C |
D |
1 |
5 |
0 |
1 |
10 |
2 |
10 |
5 |
5 |
1 |
3 |
1 |
5 |
5 |
10 |
4 |
5 |
1 |
10 |
10 |
5 |
10 |
1 |
5 |
5 |
6 |
5 |
5 |
1 |
0 |
7 |
10 |
5 |
1 |
5 |
8 |
5 |
10 |
1 |
5 |
ຕາຕະລາງຄະແນນ
60 - 80 ຄະແນນ = ກຸ່ມ A
45 - 59 ຄະແນນ = ກຸ່ມ B
20 - 44 ຄະແນນ = ກຸ່ມ C
19 ຫຼືຕ່ຳກວ່າ = ກຸ່ມ D
ຄຳຕອບ
- ກຸ່ມ A :
ຖ້າບໍ່ເອີ້ນວ່າໂຊກດີ ກໍ່ບໍ່ຮູ້ວ່າຈະເອີ້ນວ່າຫຍັງແລ້ວ ໃຜໆກໍ່ຄົງຢາກຈະມີສຳພັດທີ 6 ຄືເຈົ້າ ກໍ່ເພາະວ່າເຈົ້າສາມາດເບິ່ງອອກຮອດຄູ່ຂອງ ຄົນອື່ນວ່າພວກເຂົາເປັນຄູ່ແທ້ຫຼືຄູ່ທຽມ ແລະ ສຳພັດພິເສດຂອງເຈົ້າຈະຍິ່ງມີພະລັງຫລາຍຂື້ນ ແມ້ນຍຳຂື້ນ ເມືອເຈົ້າອາຍຸໄດ້ 20-25 ປີ.
- ກຸ່ມ B :
ເຈົ້າກໍ່ພໍຈະເດົາໄດ້ວ່າໃຜແມ່ນຫຼືບໍ່ແມ່ນສຳຫລັບເຈົ້າ ແຕ່ບໍ່ເຖິງຂະໜາດແນມຕາແລ້ວຮູ້ເລີຍ ອາດຈະຕ້ອງໃຊ້ເວລານິດໜຶ່ງ ອາໃສການສັງເກດກິລິຍາທ່າທາງຂອງເຂົາໃຫ້ຫລາຍທີ່ສຸດ ມັນຈະເຮັດໃຫ້ເຈົ້າໝັ້ນໃຈຫລາຍຂຶ້ນ.
- ກຸ່ມ C :
ເຖິງແມ່ນວ່າສຳພັດທີ 6 ຂອງເຈົ້າຈະບໍ່ຫວືຫວາຫລາຍເທົ່າໃດ ແຕ່ເຈົ້າກໍ່ພໍຈະເດົາໄດ້ເມື່ອຄົບກັນໄປດົນໆ ເຊັ່ນ ຖ້າເຈົ້າຮູ້ສຶກວ່າຄົນທີ່ຄົບຢູ່ບໍ່ແມ່ນແລ້ວ ມີເຫດໃຫ້ຕ້ອງເລີກລາກັນ ເຈົ້າຈະບໍ່ຟູມຟາຍແຕ່ຢ່າງໃດ ເຈົ້າຈະຄິດວ່າຟ້າຄົງກຳນົດໃຫ້ເປັນເຊັ່ນນັ້ນ.
- ກຸ່ມ D :
ຢ່າເສຍໃຈໄປເລີຍຖ້າເຈົ້າຈະເປັນຄົນບໍ່ມີສຳພັດທີ 6 ໃນເລື່ອງຄວາມຮັກນີ້ ມັນກໍ່ດີໃດ ຢ່າງໜ້ອຍເຈົ້າກໍ່ຈະບໍ່ຕ້ອງວິຕົກກັງວົນເວລາທີ່ເຈົ້າຄົບກັບໃຜ ເຮັດໃຫ້ເຈົ້າເຕັມທີ່ກັບຄວາມຮັກກັບຄົນທີ່ເຈົ້າຄົບນຳທຸກຄົນ.
Comment
Comment by ✖Ä ⓝ ⓝ Ä✖ on May 15, 2011 at 1:20pm
Comment by BANINE jothny on May 10, 2011 at 2:56pm
Comment by ບຸຕເທພ on May 4, 2011 at 2:06am
Comment by phone thip on May 1, 2011 at 4:30pm
Comment by DJ keo ( 3 girls ) + on April 30, 2011 at 10:14am ດີ2
ເພື່ອສຸຂະພາບຂອງຕົວທ່ານ
ດ້ວຍອາຫານ
ທີ່ປອດສານເຄມີ
© 2013 Created by Yimlao.
ໝວດສິນຄ້າ ໜັງສື ວຽກງານ ບັນເທີ ກ່ຽວກັບຍິ້ມລາວ ຍິ້ມລາວວີໄອພີ
SHOP E-BOOK JoB EnTEr AB Yimla Yimlao VIP
ເສື້ອຜ້າ ວາລະສານ ຫາວຽກ ຟັງວິທະຍຸ ຍິ້ມລາວແມ່ນ ຍິ້ມລາວວີໄອພີແມ່ນ
ລົດມື2 ເສດຖະສາດ ຫາເພື່ອຮ່ວມງານ ວີດີໂອ ຊ່ວຍເຫຼືອ Member VIP
ອະສັງຫາ ບໍລິຫາທຸລະກິດ ວຽກເສີມ ຟັງເພງ ກົດລະບຽບ Top video
ສິນຄ້າໄອທີ ການຕະຫຼາດ ຂະແໜງ ເພງບ້ານນາ ທິມງານຍິ້ມລາວ Top Blog
ໂທລະສັບມື2 ກະສິກຳ ບໍລິຫານ ເພງສະຕິງ ຮ່ວມງານກັບຍິ້ມລາວ Top content
ທ່ອງທ່ຽວ ທຳມະ ເສດຖະສາດ ເພງເກົາຫຼີ ແຜນຜັງເວບ
ສຸກຂະພາບ ປະຖົມ ໄອທີ ເພງຫວຽດ ລົງໂຄສະນາ
ຄວາມງາມ ມັດທະຍົມ ກະສິກຳ ຕິດຕໍ່ທີມງານ
ແຕ່ງເຮື່ອແລະສວນ ໄອທີ ກົດໝາຍ
ການສຶກສາ ພາສາຕ່າງປະເທດ ຄູສອນ
ທະນາຄານ
________________________________________________________________________________________________________________________
----------------------------------------------------------------------------------------------------------------------------
You need to be a member of Yimlao to add comments!
Join Yimlao