ສະເດັດເຈົ້າ ສຸພານຸວົງ

                                                     
                                                             ສະເດັດເຈົ້າ ສຸພານຸວົງ
                                              ຊີວິດ ແລະ ເສັ້ນທາງການເຂົ້າສູ່ເສັ້ນທາງການເມືອງ

I.    ປະຫວັດຫຍໍ້:
     ເຈົ້າສຸພານຸວົງ ເປັນບຸດຂອງສະເດັດເຈົ້າອຸປະຣາດ ບຸນຄົງ ແລະ ມ່ອມຄໍາອ້ວນ. ເຈົ້າສຸພານຸວົງ ປະສູດ ໃນວັນທີ 13 ກໍລະກົດ 1909 ທີ່ຫຼວງພະບາງ. ເມື່ອອາຍຸໄດ້ 7 ປີ ເຈົ້າສຸພານຸວົງ ກໍໄດ້ເຂົ້າຮຽນທີ່ໂຮງຮຽນປະ ຖົມສຶກສາຫຼວງພະບາງ, ເຈົ້າສຸພານຸວົງເປັນນັກຮຽນທີ່ຂະຫຍັນຫມັ່ນພຽນ ມີຄວາມສະແຫວງຫາຄວາມຮູ້ ໃໝ່ ໆ ຢູ່ສະເຫມີ, ຄຸນລັກສະນະນີ້ ໄດ້ກາຍເປັນເນື້ອຫາທີ່ຕິດພັນກັບຕົວເຈົ້າສຸພານຸວົງ ເປັນນິໄສຕະຫຼອດ ມາ. ດ້ວຍຈິດໃຈມານະອົດທົນໃນການຮ່ຳຮຽນ ຂອງເຈົ້າສຸພານຸວົງ ຈຶ່ງເສັງໄດ້ອັນດັບທີຫນຶ່ງ ຂອງຫ້ອງ ຮຽນ ມາໂດຍຕະຫຼອດຈົນຈົບຊັ້ນປະຖົມ. ເຈົ້າສຸພານຸວົງ ເປັນນັກ ຮຽນເກັ່ງ ແລະ ມັກຫຼີ້ນກິລາ. ໃນປີ 1920 ເຈົ້າສຸພານຸວົງ ຮຽນຕໍ່ລະດັບມັດທະຍົມທີ່ Lycée Albert Sarraut ຮ່າໂນ້ຍ, Lycée Saint Louis ທີ່ປາຣີ. ຫຼັງຈາກນັ້ນ, ໃນປີ 1934 ເຈົ້າສຸພານຸວົງ ໄດ້ຮຽນຕໍ່ລະດັບປະລິນຍາຢູ່ທີ່ມະຫາວິທະຍາໄລປາຣີ ແລະ ສາມາດຍາດໄດ້ໃບປະກາດສະນີຍະບັດວິສາວະກຳຂົວທາງຂອງປະເທດຟຣັ່ງ. ເປັນໜຶ່ງໃນຈໍານວນຜູ້ ທໍາອິດຈາກອີນ ດູຈີນທີ່ໄດ້ຮັບໃບປະກາດນີ້. ຈາກນັ້ນ, ໃນປີ 1937 ເຈົ້າສຸພານຸວົງ ໄດ້ຮັບມອບໝາຍໃຫ້ໄປ ປະຕິບັດວຽກງານທີ່ແຂວງ ຍາຈາງ, ຫວຽດນາມ. ຢູ່ທີ່ນີ້ ເຈົ້າສຸພານຸວົງ ໄດ້ພົບກັບນາງ ຫງວຽນທິກີ່ນາມ, ນັກຂ່າວ ທີ່ໂຮງແຮມບອນແອ, ຍາຈາງ ແລະ ຕໍ່ມາໃນວັນທີ 19 ມັງກອນ 1938 ທັງສອງກໍໄດ້ຕົກລົງແຕ່ງ ງານກັນ.  ພາຍຫຼັງແຕ່ງງານພັນລະຍາ ຂອງເຈົ້າສຸພານຸວົງ ກໍໄດ້ມີຊື່ລາວວ່າວຽງຄໍາ ສຸພານຸວົງ. ຫຼັງຈາກ  3 ປີ ທີ່ເຈົ້າສຸພານຸວົງ ຮັບໜ້າທີ່ເປັນຫົວໜ້າຫ້ອງເຕັກນິກທີ່ Travopublic ທີ່ຍາຈາງ, ເຈົ້າສຸພານຸວົງ ກໍຍ້າຍ ໄປຮັບຜິດຊອບວຽກງານທີ່ເມືອງພິນ, ແຂວງສະຫວັນນະເຂດ ແລະ ຕໍ່ມາກໍໄດ້ກັບຄືນມາ ແຂວງວິງ ຂອງ ຫວຽດນາມ. ໃນໄລຍະນັ້ນ, ເຈົ້າສຸພານຸວົງ ໄດ້ຮ່ວມອອກແບບ ແລະ ຮັບຜິດ ຊອບດໍາເນີນຫຼາຍໂຄງ ການ ເຊັ່ນ: ການສ້າງຂົວອຽນຊວນ ທີ່ເງ້ອານ…

    

    II.    ການເຂົ້າສູ່ເສັ້ນທາງການເມືອງ:
    ໃນສະໃໝນັ້ນ, ນະໂຍບາຍຂອງອໍກຸດປາວີ, ຕົວແທນຈາກກອງບັນຊາການຟຣັ່ງ ຢູ່ອິນດູຈີນ ປະຈໍາ ລາວ ໄດ້ໝູນໃຊ້ ເຊື້ອສາຍເຈົ້າຊີວິດລາວ ສືບຕໍ່ປົກຄອງປະຊາຊົນລາວ ເຊິ່ງຢູ່ພາຍໃຕ້ການບົງການຂອງ ຟຣັ່ງ. ແຕ່ສິ່ງທີ່ຟຣັ່ງບໍ່ອາດຮູ້   ໄດ້ກໍຄື ຈິດສຳນຶກ ແລະ ອຸດົມການອັນສູງສົ່ງຂອງເຊື້ອສາຍເຈົ້າຊີວິດລາວ ທີ່ໄດ້ກໍ່ສ້າງຂຶ້ນມາໃນໃຈ ຈາກການປະສົບພົບ ເຫັນຊາຕາກໍາຂອງພີ່ນ້ອງຮ່ວມໂລກຊາວລາວ ທີ່ຖືກກົດຂີ່ ຂູດຮີດ. ເຈົ້າສຸພານຸວົງ ພາຍຫຼັງຈົບການສຶກສາຈາກ ມະຫາ ວິທະຍາໄລປາຣີ ສາຂາວິສາວະກໍາຂົວທາງ ທີ່ປາຣີ. ເຈົ້າສຸພານຸວົງ ໄດ້ມີໂອກາດເຮັດວຽກທີ່ທ່າເຮືອບອກເດີ ແລະ ເລີອາບ. ຢູ່ທີ່ນັ້ນເອງ, ໂຊກຊາຕາ ກໍພາເຈົ້າສຸພານຸວົງ ເຂົ້າຮ່ວມໃນແນວຮ່ວມປະຊາຊົນຟຣັ່ງ ຕໍ່ຕ້ານຟາດຊິດຢູ່ຟຣັ່ງ ທັງທີ່ໃນ ເວລານັ້ນ ເຈົ້າສຸພານຸວົງ ມີອາຍຸພຽງ 25 ປີ ແຕ່ເຈົ້າສຸພານຸວົງ ກໍພະຍາ ຍາມທໍາຄວາມເຂົ້າໃຈຊີວິດຄົນງານ ຟຣັ່ງ ເຊິ່ງເປັນ ແນວທາງດຽວກັບ ປະທານ ໂຮ່ຈີມິນ, ຜູ້ນໍາການປະຕິວັດຫວຽດນາມ ໃນສະໄໝຢູ່ຟຣັ່ງ. ເມື່ອເຂົ້າ ຮ່ວມໃນແນວ ຮ່ວມດັ່ງ ກ່າວບໍ່ດົນ, ເຈົ້າສຸພານຸວົງ ດ້ວຍຄວາມຕັ້ງໃຈສູງ ກໍເຂົ້າໃຈແຈ່ມແຈ້ງວ່າ: ຊາວຟຣັ່ງ ໂດຍທົ່ວໄປ ມີຄວາມຄິດທີ່ແຕກ ຕ່າງຈາກຊາວຟຣັ່ງໃນດິນແດນອານານິຄົມປານຟ້າກັບດິນ. ຊາວຟຣັ່ງໃນ ດິນແດນແມ່ ກໍມີຄວາມລໍາບາກຍາກແຄ້ນ ແລະ ບໍ່ເຫັນດີກັບນະໂຍບາຍລ່າເມືອງຂຶ້ນຂອງ ລັດຖະບານ ຟຣັ່ງສະໃໝນັ້ນ. ເຈົ້າສຸພານຸວົງ ມີໂອກາດຕິດຕໍ່ພົວພັນກັບສາມັນ ຊົນຄົນງານຟຣັ່ງ ແລະ ປັນຍາຊົນຫົວ ກ້າວໜ້າ ຈຶ່ງມີຄວາມປະທັບໃຈໃນການປະຕິວັດຄັ້ງໃຫຍ່ຂອງຟຣັ່ງໃນອາດີດ ຕະ ຫຼອດຮອດ ວັດທະນະທຳ ໃນດ້ານມະນຸດສະທໍາ ເຊິ່ງກົງກັນຂ້າມຢ່າງສິ້ນເຊີງ ກັບລັດທິລ່າເມືອງຂຶ້ນຂອງຟຣັ່ງ. ຄວາມ ກຽດຊັງລັດທິ ລ່າເມືອງຂຶ້ນ ໄດ້ເພີ່ມທະວີຂຶ້ນໃນໃຈຂອງເຈົ້າສຸພານຸວົງ ເມື່ອເຈົ້າສຸພານຸວົງ ໄດ້ກັບມາເຮັດ ວຽກທີ່ຫວຽດ ນາມ ໃນປີ 1937 ແລະ ໄດ້ພົບພໍ້ກັບສະພາບຄົນງານຖືກກົດຂີ່ຂູດຮີດ. ເຈົ້າສຸພານຸວົງ ກໍໄດ້ຕິດ ຕໍ່ກັບບັນ ດາກຸ່ມຄົນ ຫົວກ້າວໜ້າ ໃນຫວຽດນາມ ເຊິ່ງໃນເວລານັ້ນໂດຍມີ ປະທານໂຮ່ຈີມິນ, ນັກປະຕິວັດຜູ້ ຫຍິ່ງໃຫຍ່ ຂອງຫວຽດນາມ ເຊິ່ງ ເປັນຜູ້ສ້າງຕັ້ງພັກ ຄອມມູນິດອິນໂດຈີນຂຶ້ນ. ພາຍຫຼັງການປະຕິວັດພາກເໜືອຫວຽດ ນາມ ໃນເດືອນສິງຫາ 1945 ໄດ້ຮັບ ຜົນສຳເລັດ, ຫວຽດນາມໄດ້ປະກາດເອກະລາດ. ຕໍ່ມາເຈົ້າສຸພານຸວົງ ໄດ້ຮັບເຊື້ອເຊີນຈາກປະທານໂຮ່ຈີມິນ, ປະທານລັດ ຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຂຶ້ນມາຮ່າໂນ້ຍ. ເຈົ້າສຸພານຸວົງ ໄດ້ມີໂອກາດແລກປ່ຽນຄຳຄິດ ຄຳເຫັນກັບ ປະທານ ໂຮ່ຈີມິນ ກ່ຽວກັບລັດທິລ່າເມືອງຂຶ້ນ ແລະ ປະທານ ໂຮ່ຈີມິນ ກໍໄດ້ອະທິບາຍເຖິງແຜນການ ທີ່ທ່ານຈະ ຍຶດອໍານາດ ຈາກຈັກກະພັດນິຍົມຟຣັ່ງຢູ່ຫວຽດນາມໃຫ້ເຈົ້າສຸພານຸວົງຮັບຮູ້. ເຈົ້າສຸພານຸວົງ ຈຶ່ງໄດ້ກໍານົດ ແຜນການ ທີ່ ຈະ ນໍາໄປປະຕິບັດ ໃນລາວ. ການພົບປະໃນຄັ້ງນັ້ນ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງທີ່ສຸດ ໃນຊີວິດ ການເຄື່ອນໄຫວ ປະຕິວັດຂອງ ເຈົ້າສຸພານຸວົງ. ໃນເດືອນ ຕຸລາ 1945 ເຈົ້າສຸພານຸວົງ ໄດ້ເດີນທາງກັບລາວ ຕາມເສັ້ນ ທາງໝາຍເລກ 9 ມາສະຫວັນນະເຂດ ແລະ ທ່າແຂກ ເພື່ອຈັດຕັ້ງກອງກຳລັງຕໍ່ສູ້ ເພື່ອເອກະ ລາດ. ການກັບຄືນມາປະເທດຄັ້ງນີ້ ຂອງເຈົ້າ ສຸພານຸວົງ ເປັນບາດລ້ຽວ ສໍາຄັນທີ່ສຸດ ໃນຊີວິດຂອງ ເຈົ້າສຸພານຸວົງ ເຊິ່ງເປັນການເປີດສາກໄລຍະແຫ່ງການອຸທິດເລືອດ ເນື້ອເຫື່ອແຮງ ແລະ ສະຕິປັນຍາ ໂດຍກົງຂອງເຈົ້າສຸພານຸວົງ ເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ຕ້ານກັບພວກຈັກກະພັດ ຜູ້ຮຸກຮານລ່າເມືອງຂຶ້ນ ແບບເກົ່າ ແລະ ໃຫມ່, ພ້ອມທັງປຸກລະດົມພໍ່ແມ່ປະຊາຊົນລາວບັນດາເຜົ່າລຸກຮື້ຂຶ້ນຕໍ່ສູ້ຢ່າງເດັດດ່ຽວ. ໃນ ວັນທີ12 ຕຸລາ 1945 ກໍໄດ້ມີການປະກາດສ້າງຕັ້ງລັດຖະບານລາວອິດສະຫຼະທີ່ວຽງຈັນ ໂດຍມີພະຍາ ຄຳມ້າວ ເປັນນາ ຍົກລັດຖະມົນຕີ, ສ່ວນເຈົ້າສຸພານຸວົງ ໄດ້ຮັບໃຫ້ດຳລົງຕຳແໜ່ງຜູ້ບັນຊາການທະຫານ ສູງສຸດ ຂອງກອງກໍາລັງປະກອບ ອາວຸດອິດສະຫຼະນັບແຕ່ວັນທີ 30 ຕຸລາ 1945 ເປັນຕົ້ນມາ.









 ຕົ້ນປີ 1945 ກໍາລັງທະຫານຟຣັ່ງ ໄດ້ເຄື່ອນທັບຈາກ ສະຫວັນນະເຂດ ຂຶ້ນມາບຸກໂຈມຕີຍຶດຄອງທ່າແຂກຄືນຈາກລາວ ອິດສະຫຼະ ມີຜົນເຮັດໃຫ້ກໍາລັງ ທະຫານປະສົມຂອງລາວ - ຫວຽດນາມ ພາຍໃຕ້ບັງຄັບບັນຊາຂອງ ເຈົ້າສຸພານຸວົງ ຖືກໂຈມຕີໜັກໜ່ວງໃນວັນທີ 21 ມີນາ 1946. ການບຸກໂຈມຕີຂອງ ຟຣັ່ງໃນຄັ້ງນີ້, ໄດ້ເຮັດໃຫ້ ເຈົ້າສຸພານຸວົງ ຫຼົບຂ້າມແມ່ນໍ້າຂອງມາຝັ່ງໄທ. ໃນຂະນະ ທີ່ເຈົ້າສຸພານຸວົງຂ້າມຂອງໄປຝັ່ງໄທນັ້ນ, ຟຣັ່ງໄດ້ ໃຊ້ຍົນຍິງຮ່າກະສູນປືນ ໃສ່ເຮືອທີ່ເຈົ້າສຸພານຸວົງໃຊ້ຂ້າມໄປເຮັດໃຫ້ທະຫານຕິດຕາມປ້ອງກັນເອົາຕົວບັງ ເຈົ້າສຸພານຸວົງເຖິງແກ່ຄວາມຕາຍ ແລະ ເຫດການນີ້ ໄດ້ເຮັດໃຫ້ເຈົ້າສຸພານຸວົງ ໄດ້ຮັບບາດເຈັບໜັກ, ແຕ່ດ້ວຍຄວາມເປັນຫວ່ງເປັນໃຍເຖິງຊາຕາກໍາຂອງຊາດ ຫຼັງຈາກປີ່ນປົວໄດ້ໄລຍະໜຶ່ງເຈົ້າສຸພານຸວົງ ກໍໄດ້ໄປສົມທົບກັບເຈົ້າເພັດສະຣາດ ເພື່ອກອບກູ້ເອົາເອກະລາດທີ່ບາງກອກ. ໃນວັນທີ 1 ທັນວາ 1946, ເຈົ້າເພັດສະຣາດ ໄດ້ຮັບເຊີນໃຫ້ເປັນປະທານ ຂະບວນການລາວອິດສະຫຼະພັດຖີ່ນ ຫຼື ຄະນະກູ້ຊາດ. ເຈົ້າສຸພານຸວົງ ເປັນຜູ້ບັນຊາການທະ ຫານສູງສຸດ. ໃນເດືອນ ຕຸລາ 1949, ລັດຖະບານໄທ ເຊິ່ງມີຈອມພົນ ພິບູນສົງຄາມ, ເປັນນາຍົກລັດຖະ ມົນຕີ ໄດ້ດໍາເນີນນະ ໂຍບາຍໃໝ່ບໍ່ສະໜັບ ສະໜູນຄະນະກູ້ຊາດ ລາວພັດຖີ່ນອີກ ຈຶ່ງບີບບັງຄັບໃຫ້ຄະນະກູ້ຊາດລາວ ອອກຈາກແຜ່ນດິນໄທ. ຕໍ່ມາຄະນະລັດຖະບານ ລາວອິດສະຫຼະ ໄດ້ຕົກລົງກັບຟຣັ່ງ ເພື່ອຈະກັບຄືນລາວ ໂດຍພະຍາຄໍາມ້າວ ໄດ້ປະກາດຍຸບ ລັດຖະບານ ພັດຖີ່ນ ໃນວັນທີ 25 ຕຸລາ 1949 ເຊິ່ງມີຜົນເຮັດໃຫ້ ເຈົ້າສຸພານຸວົງ ໄດ້ແຍກຕົວເອງອອກຈາກ ກຸ່ມດັ່ງກ່າວ ເນື່ອງຈາກເຈົ້າສຸພານຸວົງ ມີຄວາມເຊື່ອໝັ້ນຢ່າງແຮງກ້າວ່າ ມີພຽງວິທີທາງດຽວທີ່ຈະບີບບັງຄັບໃຫ້ຟຣັ່ງ ຍອມມອບເອກະ ລາດອັນແທ້ຈິງຄືນໃຫ້ແກ່ລາວ ແມ່ນຕ້ອງຕໍ່ສູ້ກັບພວກ ລ່າເມືອງຂຶ້ນຟຣັ່ງ ໃຫ້ຜ່າຍແພ້ໜີ ອອກຈາກດິນ ແດນລາວຢ່າງ ດຽວເທົ່ານັ້ນ. ເຈົ້າສຸພານຸວົງ ຈຶ່ງຍັງຄົງຍຶດໝັ້ນສືບ ຕໍ່ອຸດົມການທີ່ຈະຕໍ່ສູ້ ກູ້ຊາດຕໍ່ໄປ ໂດຍເຈົ້າສຸພານຸວົງ ໄດ້ເດີນທາງກັບ ລາວຢ່າງປິດລັບ ເພື່ອເຕົ້າໂຮມກໍາລັງຕໍ່ຕ້ານຟຣັ່ງ. ໃນວັນທີ 13 ສິງຫາ 1950, ກອງປະຊຸມໃຫຍ່ຜູ້ແທນ ລາວຕໍ່ຕ້ານທົ່ວ ປະເທດໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍໄດ້ເລືອກຕັ້ງ ເອົາຄະນະກໍາມະການສູນກາງແນວລາວອິດສະຫຼະ ແລະ ໄດ້ຈັດ ຕັ້ງລັດ ຖະບານລາວຕໍ່ຕ້ານຂຶ້ນ ໂດຍແມ່ນເຈົ້າສຸພານຸວົງ ເປັນປະທານສູນກາງແນວລາວອິດສະຫຼະ ພ້ອມທັງເປັນ ນາຍົກ ລັດຖະມົນຕີຂອງລັດຖະບານຕໍ່ຕ້ານ. ຫຼັງຈາກນັ້ນ, ໃນວັນທີ 22 ຕຸລາ 1957, ທີ່ວຽງຈັນ ໄດ້ມີການ ພົບປະເຈລະຈາ ແລະ ຕົກລົງກັນຫຼາຍຢ່າງລະຫວ່າງເຈົ້າສຸວັນນະພູມາ ແລະ ເຈົ້າສຸພານຸວົງ ກ່ຽວກັບການ ສ້າງຕັ້ງລັດຖະ ບານປະສົມແຫ່ງຊາດ. ໃນວັນທີ 19 ພະຈິກ 1957 ສະພາຜູ້ແທນລາດສະດອນ ກໍຮັບຮອງ ເອົາຄະນະລັດຖະບານປະສົມ ແຫ່ງຊາດຄັ້ງທໍາອິດ ເຊິ່ງມີຝ່າຍແນວລາວຮັກຊາດເຂົ້າຮ່ວມນໍາ. ເຂົ້າຮ່ວມ ລັດຖະບານຊຸດນີ້ມີ ເຈົ້າສຸວັນນະພູມາ ເປັນນາຍົກລັດຖະມົນຕີ ແລະ ເຈົ້າສຸພານຸວົງ ໄດ້ຮັບຕຳແໜ່ງເປັນ ລັດຖະມົນຕີ ກະຊວງແຜນຜັງ, ກໍ່ສ້າງ ແລະເອຫາສະຖານ ມາຮອດເດືອນກໍລະກົດ 1959, ລັດຖະບານຫຸ່ນ ວຽງຈັນ ໄດ້ສັ່ງໃຫ້ກຳລັງ ຕຳຫຼວດ ແລະ ກຳລັງທະຫານ ຈັບຕົວ ເຈົ້າສຸພານຸວົງ ພ້ອມດ້ວຍບັນ ດາຜູ້ນຳ ແນວລາວຮັກຊາດ ຢູ່ນະຄອນຫຼວງວຽງຈັນ, ລວມທັງໝົດ 16 ທ່ານ ທີ່ພວມຍຶດ ໝັ້ນຕໍ່ສູ້ຢູ່ວຽງຈັນ ເພື່ອປົກ ປັກຮັກສາຄວາມເປັນທຳນັ້ນ ເຂົ້າຄຸມຂັງທີ່ຄຸກໂພນເຄັງ, ນະຄອນຫຼວງວຽງຈັນ. ໂດຍໄດ້ປັ້ນ ແຕ່ງຂໍ້ຫາ “ກະບົດຊາດ” ເພື່ອຫວັງນຳເອົາຜູ້ນໍາເຮົາຂຶ້ນສູ່ສານຕັດສິນປະຫານຊີວິດ. ເຈົ້າສຸພານຸວົງ ພ້ອມດ້ວຍ ບັນດາຜູ້ນຳ ຖືກຄຸມຂັງເປັນເວລາ ເກືອບປີ. ມາຮອດຕອນຄໍ່າຂອງວັນທີ 23 ພຶດສະພາ 1960, ໂດຍໄດ້ຮັບ ການປຸກລະດົມຂົນຂວາຍ ນໍ້າໃຈຮັກຊາດ, ນໍ້າໃຈ ຄຽດແຄ້ນສັດຕູ ສ້າງໃຫ້ອ້າຍນ້ອງສະລະວັດທະຫານ ທີ່ປະຕິບັດວຽກງານຢູ່ໃນຄຸກນັ້ນ ສໍານຶກເຫັນ ຄວາມເປັນຈິງຂອງສະ ພາບການບ້ານເມືອງທີ່ສັບສົນ ຫັນມາ ຕັດສິນໃຈເປັນ ກຳລັງທີ່ສຳຄັນ ສົມທົບເຂົ້າກັບຖັນແຖວພະ ນັກງານ, ນັກຮົມປະຕິວັດ ທີ່ໄດ້ຮັບການມອບ ໝາຍຊ່ວຍເຈົ້າສຸພານຸວົງ ພ້ອມດ້ວຍບັນດາຜູ້ນຳຄົນອື່ນໆ ໂຕນອອກຈາກຄຸກ ໂພນເຄັງ ໄປສູ່ເຂດ ປົດປ່ອຍ ໄດ້ສຳເລັດ ດ້ວຍຄວາມພິລະອາດຫານ ແລະ ປອດໄພ. ເຫດການດັ່ງກ່າວ ໄດ້ສ້າງໃຫ້ພະນັກ ງານ, ທະຫານ ແລະ ປະຊາຊົນເຮົາ ມີຄວາມເອກອ້າງທະນົງໃຈ, ເຊື່ອໝັ້ນຕໍ່ແນວທາງການນໍາພາຂອງພັກ ກາຍເປັນການ ປຸກລະດົມນໍ້າໃຈຮັກ ຊາດ ຄຽດແຄ້ນສັດຕູຂອງປະຊາຊົນເຮົາ ໃຫ້ກ້າວໄປເຖິງການຕໍ່ສູ້ ຍາດເອົາໄຊຊະນະ ຈັກກະພັດຜູ້ ຮຸກຮານໃນເວລາຕໍ່ມາ ຢ່າງຕໍ່ເນື່ອງ ຈາກໄຊຊະນະນີ້ໄປສູ່ ໄຊຊະນະ ໃໝ່ໃນເວລາຕໍ່ມາ. ໃນວັນທີ 12 ທັນວາ ປີ 1975, ກອງປະຊຸມໃຫຍ່ຜູ້ແທນ ປະຊາຊົນທົ່ວປະເທດ ໄດ້ດຳ ເນີນຂຶ້ນຢູ່ນະຄອນຫຼວງວຽງຈັນ ໄດ້ຜ່ານບັນດາມະຕິຕົກລົງຄັ້ງ ປະຫວັດສາດ ສະຖາປະນາລະ ບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ, ສ້າງຕັ້ງສະພາປະຊາຊົນສູງສຸດ ແລະ ລັດຖະ ບານສປປ ລາວ. ກອງປະ ຊຸມໃຫຍ່ຄັ້ງນີ້ ໄດ້ຕົກລົງເປັນເອກະສັນແຕ່ງຕັ້ງ ເຈົ້າສຸພານຸວົງ ເປັນປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເປັນປະທານສະພາປະຊາຊົນສູງສຸດຜູ້ທຳອິດ ແຫ່ງ ສປປ ລາວ. ໃນວັນທີ 20 ກຸມພາ 1979, ໂດຍອີງ ໃສ່ມະຕິຂອງ ສູນກາງພັກຄັ້ງທີ VI, ສະໄໝທີ IV ໄດ້ຕົກລົງປ່ຽນຊື່ແນວລາວຮັກຊາດ ເປັນແນວລາວສ້າງຊາດ ເຊິ່ງກອງ ປະຊຸມ ໄດ້ເປັນ ເອກະສັນເລືອກ ທ່ານປະທານ ສຸພານຸວົງເປັນປະທານຄະນະກຳມະການ ສູນກາງ ແນວລາວສ້າງຊາດ ອີກຄັ້ງໃຫມ່ ຢ່າງ ສົມກຽດ ແລະ ກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ III ປີ 1982 ແລະ ຄັ້ງທີ IV ປີ 1986 ໄດ້ເປັນເອກະ ສັນເລືອກທ່ານປະທານ ສຸພານຸວົງ ເຂົ້າໃນຄະນະບໍລິຫານງານສູນກາງພັກ, ກຳມະການກົມການ ເມືອງສູນກາງພັກ.









       
       ທ່ານປະທານ ສຸພານຸວົງ ເປັນບຸກຄົນທີ່ມີຄວາມຈົ່ງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດ ຂາດ, ຕໍ່ສູ້ຢ່າງກ້າແກ່ນ ພິລາດອາດຫານ, ຍາມໃດກໍຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ. ທ່ານປະທານ ສຸພານຸວົງ ແມ່ນປັນຍາຊົນຜູ້ຍິ່ງໃຫຍ່ ເປັນເຊື້ອເຈົ້າຜູ້ຫນື່ງທີ່ມີນ້ຳໃຈຮັກຊາດອັນດູດດື່ມ, ທົ່ວໂລກໄດ້ຮູ້ຈັກ ແລະ ຂະໜານນາມວ່າ “ເຈົ້າຊາຍແດງ” ເປັນວິລະ ບຸລຸດຂອງຊາດລາວ ທີ່ໄດ້ເອົາຊີວິດຂອງຕົນຕິດພັນກັບ ການຕໍ່ສູ້ປະຕິວັດເຕັມໄປດ້ວຍຄວາມທຸກຍາກລຳບາກ, ຄວາມເສຍ ສະຫຼະ, ເປັນຜູ້ຮັກຊາດທີ່ແທ້ຈິງ, ເປັນນັກປະຕິວັດທີ່ກ້າແກ່ນ, ເປັນຫນຶ່ງໃນບັນດາຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປວງ ຊົນລາວ ທັງຊາດ.



 

       ໃນໂອກາດລະນຶກວັນຄ້າຍວັນເກີດ ຂອງທ່ານປະທານສຸພານຸວົງ ຄົບຮອບ 100 ປີ (13/7/1909-13/7/2009)ທີ່ສູນຝຶກອົບຮົມ ກະ ຊວງອຸດສາຫະກຳ ແລະ ການ ຄ້າ ໄດ້ຈັດປາຖະກະຖາ ວັນຄ້າຍວັນເກີດທ່ານປະທານ ສຸພານຸວົງ ຄົບຮອບ 100 ປີ  ແລະ ວັນຄົບຮອບ 49 ປີ ໂຕນຄຸກໂພນເຄັງແບບມະຫັດສະຈັນ ຂອງຜູ້ນຳແນວລາວຮັກຊາດຂຶ້ນ ໃນຕອນ ເຊົ້າຂອງວັນ ທີ 9 ກໍລະກົດ 2009 ໃຫ້ກຽດປາຖະກະຖາຂອງທ່ານ ສີສຸກ ພິລາວົງ, ຮອງຫົວຫນ້າຄະນະ ໂຄສະນາອົບ ຮົມສູນ ກາງພັກ, ເຊິ່ງມີບັນດາທ່ານພະນັກງານ ອາວຸໂສ, ຫົວຫນ້າກົມ, ຮອງ ກົມ, ຜູ້ແທນຈາກລັດວິສາຫະ ກິດ ແລະ ພະນັກງານຈາກກະ ຊວງເຂົ້າຮ່ວມຮັບຟັງ.ທ່ານປະທານ ສຸພານຸວົງ ແມ່ນຫນຶ່ງໃນບັນດາຜູ້ນຳທີ່ດີ ເດັ່ນຂອງພັກລັດ ພວກເຮົາ ເພິ່ນໄດ້ສ້າງຜົນງານອັນຍິ່ງ ໃຫຍ່ ແລະ ມີຄຸນງາມຄວາມດີ ຢ່າງຫລວງຫລາຍ ປະກອບ ສ່ວນເຂົ້າໃນການນຳ ພາລວມ ຂອງພັກ ແລະ ແນວລາວສ້າງ ຊາດ ເພື່ອຍາດເອົາໄຊຊະນະ ໃນພາລະກິດປົດປ່ອຍຊາດໃນ ເມື່ອກ່ອນ ແລະ ພາລະກິດປົກ ປັກຮັກສາ ແລະ ພັດທະນາປະ ເທດຊາດໃນໄລຍະໃຫມ່ ເພື່ອ ຄວາມຢູ່ດິນກິນດີຂອງປະຊາ ຊົນບັນດາເຜົ່າ, ທ່ານປະທານ ສຸພານຸວົງ ເພິ່ນມີຄວາມຮູ້ອັນ ສູງສົ່ງ, ມີຄວາມອົດທົນເປັນພິ ເສດ, ມີຄວາມເສຍສະຫລະ ອັນເດັດດ່ຽວ, ໂດຍບໍ່ຖືຊັ້ນວັນ ນະ, ເສຍສະຫລະເຊື້ອເຈົ້າມາ ເປັນນັກປະຕິວັດເພື່ອປົດປ່ອຍ ຊາດ ໃຫ້ອອກຈາກແອກປົກ ຄອງຂອງຈັກ ກະພັດລ່າເມືອງ ຂຶ້ນ ນຳເອົາເອກະລາດມາສູ່ ປວງຊົນລາວທັງຊາດ. ປະທານ ສຸພານຸວົງ ມີ ຄວາມຮູ້ຄວາມສາມາດສະ ຫລຽວສະຫລາດມີໄຫວພິກ ເປັນເລີດ ມີຄວາມສາມາດພິ ເສດແກ້ໄຂໄດ້ທຸກສະພາບ ການທີ່ຫຍຸ້ງຍາກສັບສົນ ແລະ ອັນຕະລາຍເປັນຕົ້ນໃນບັ້ນຮົບ ທ່າແຂກພິລະອາດຫານກໍ່ຄື ການນຳພາໂຕນຄຸກໂພນເຄັງ ແບບມະຫັດສະຈັນວັນທີ24 ເດືອນ 5 ປີ 1960 ແລະອື່ນໆ.
       ໃນໂອກາດລະນຶກວັນຄ້າຍວັນເກີດ ຂອງທ່ານປະທານສຸພານຸວົງ ຄົບຮອບ 100 ປີ, ຂ້າພະເຈົ້າ ກໍຄືພົນລະເມືອງລາວ ຈະຂໍລຳລຶກເຖິງຄຸນງາມຄວາມດີຂອງທ່ານປະທານຕະຫຼອດໄປ, ຄຽງຄູ່ກັນນັ້ນ ໃນຖານະທີ່ເປັນນັກສຶກສາ, ນັກຄົ້ນຄວ້າ ແລະ ພະນັກງານລຸ່ນໜຸ່ມນ້ອຍ ກໍຈະບຸກບືນອອກແຮງສຶກສາ ຄົ້ນຄວ້າຮໍ່າຮຽນເອົາແບບແຜນການດຳລົງຊີວິດ, ຄຸນສົມບັດ ສິນທຳປະຕິວັດ ກໍຄືແນວຄິດທິດສະດີປະຕິ ວັດຂອງທ່ານປະທານ ເພື່ອໝູນໃຊ້ເຂົ້າໃນການດໍາລົງຊີວິດ ກໍຄືການປະຕິບັດ ວຽກງານຕົວຈິງ ທີ່ພັກ ແລະ ລັດມອບຫມາຍໃຫ້ບັນລຸຜົນສຳເລັດຢ່າງຈົບງາມເປັນກ້າວໆໄປ.

                                         ນະຄອນຫຼວງວຽງຈັນ, ວັນທີ 7 ກໍລະກົດ 2009

                                                         ຜູ້ຂຽນ

                                                  ອານຸສອນ ອ່ອນສະຫວັດ






Creadit by :  ອານຸສອນ  ອ່ອນສະຫວັດ
    

Last updated by Snake Jul 19, 2009.

Top Photo (day)

1. Ban ya kard nai hong hien

Added by Thidphavanh on July 30, 2014

2. I love sim

Added by Thidphavanh on July 30, 2014

3. เชักเหลด

Added by Jiney gee2 on July 24, 2014

5. yim na barn

Added by Narng.Ae on July 1, 2014

© 2014   Created by Yimlao.

Badges  |  Report an Issue  |  Terms of Service