ເມືອງພວນ ຫລື ເມືອງຊຽງຂວາງເປັນເມືອງທີ່ເກົ່າແກ່ ແລະມີປະຫວັດສາດອັນຍາວນານພໍສົມຄວນແລະມີວັດທະນາທຳທີ່ມີຄຸ່ນຄ່າ ສົມຄວນແກ່ການອານຸລັກໄວ້ເພື່ອໃຫ້ຄົນລຸ່ນຫລັງໄດ້ຮັບຮູ້ແລະໄດ້ສືບທອດຕໍ່ໄປ
ດິນແດນວິມານອັນແສນສວຍງາມທັງທຳມະຊາດ ແລະປະຫວັດສາດອັນສຳຄັນຂອງລາວເຮົານັ້ນຄືຜືນແຜ່ນດິນແຫ່ງຊຽງຂວາງທີ່ຜ່ານ ມາໄດ້ມີການຕໍ່ສູ້ຕ້ານພວກຈັກກະພັດຕ່າງດ້າວທີ່ເຂົ້າມາຮຸກຮານ ແລະ ຢຶດຄອງດິນແດນລາວ, ຊຽງຂວາງເປັນສະຖານທີ່ໆກອງພັນທີ 2 ຂອງພວກເຮົາໄດ້ຜ່າວົງປິດລ້ອມຂອງສັດຕູໄດ້ຢ່າງສະຫງ່າງາມ ເຊິ່ງເປັນມູນເຊື້ອອັນຫນຶ່ງທີ່ໃຫ້ເຫັນເຖິງຄວາມສະຫລາດສ່ອງໃສຂອງ ກອງທັບປະຊາຊົນປະຕິວັດລາວ.
ຊຽງຂວາງເປັນຫນຶ່ງໃນເມືອງປະຫວັດສາດສຳຄັນຂອງລາວ ໃນອະດີດເມືອງຄູນເປັນເມືອງເອກຂອງແຂວງຊຽງຂວາງ ໃນເມືອງນີ້ ປະຊາກອນສ່ວນຫລາຍເປັນເຜົ່າໄທພວນ, ໃນໄລຍະລາວເຮົາຕົກເປັນຫົວເມືອງຂຶ້ນຂອງຕ່າງຊາດ ເມືອງຄູນຖືກທຳລາຍຢ່າງຫນັກ ແລະ ຜູ້ຄົນທີ່ອາໃສຢູ່ໄດ້ລົ້ມຕາຍ, ບ້ານເຮືອນຖືກເສຍຫາຍເປັນ ຈຳນວນຫລວງຫລາຍ. ພາຍຫລັງທີ່ປະເທດເຮົາສະຖາປານາເປັນປະເທດ ສ ປປ ລາວ ໃນປີ 1975 ເປັນຕົ້ນມາທາງການລາວຈິ່ງຍ້າຍຫນ່ວຍລາຊະການມາຕັ້ງ ເມືອງເອກໃຫມ່ທີ່ເມືອງແປກ (ໂພນສະຫວັນ) ແລະ ຫລາຍເມືອງທີ່ຖືກສົງຄາມຮຸກຮານຈາກພວກຈັກກະພັດຕ່າງດ້າວກໍ່ພະຍາຍາມລືມອະດີດອັນເຈັບປວດຫັນມາປັບປ່ຽນເປັນເມືອງທ່ອງທ່ຽວ ນັ້ນກໍ່ຄືແຂວງຊຽງຂວາງໃນປະຈຸບັນ ເຊິ່ງຕັ້ງຢູ່ທາງພາກຕາເວັນອອກສຽງເຫນືອຂອງ ສປປ ລາວ, ເປັນແຂວງທີ່ມີອຸນຫະພູມຕ່ຳອາກາດ ຫນາວເຢັນເຮັດໃຫ້ຕົ້ນໄມ້ໃບຫຍ້າມີຄວາມອຸດົມສົມບູນ ແລະ ຂຽວງາມຕະລອດປີ.
ເຖິງຢ່າງໃດກໍ່ຕາມເມືອງຄູນ ໃນປະຈຸບັນນີ້ຍັງເປັນເມືອງທີ່ຫນ້າສົນໃຈຂອງບັນດານັກທ່ອງທ່ຽວເພາະຄວາມເປັນເມືອງເອກໃນອະດີດ ປະສົມກັບຄວາມເປັນເມືອງພວນ ເມືອງນີ້ມີຈຸດສົນໃຈສຳຄັນທີ່ວັດເພຍອັນເປັນວັດເກົ່າແກ່ອາຍຸນັບຮ້ອຍປີໃນວັດດັ່ງກ່າວຍັງມີ ຊາກໂບດ ບູຮານທີ່ຖືກທຳລາຍເຫລືອພຽງພື້ນ, ເສົາ ແລະ ພະພຸດ ທະຮູບອົງໃຫຍ່ໄວ້ໃຫ້ເຫັນໃນປະຈຸບັນເທົ່ານັ້ນ. ພະພຸດທະຮູບອົງນີ້ ເປັນພະພຸດ ທະຮູບທີ່ສັກສິດປະຈຳເມືອງຄຸນ ເຊິ່ງໄດ້ສັນນິຖານວ່າ ສ້າງຂຶ້ນສະໄຫມເຈົ້າໄຊຍະເສດຖາທິລາດປະມານ ຄສ 1576; ສຳລັບພະພຸດທະ ຮູບອົງເດີມແມ່ນເຮັດດ້ວຍທອງສຳລິດ ສ່ວນອົງທີ່ເຫັນປະຈຸບັນເກີດຈາກການກໍ່ສ້າງດ້ວຍປູນຟອກອ້ອມດ້ານນອກດ້ວຍສີໄມ້ລາຍມືຂອງ ນັກກໍ່ສ້າງສະໄຫມລ້ານຊ້າງ.
ມີເລື່ອງທີ່ເລົ່າລືກັນວ່າ ໃນປີ ຄສ 1966 ເມືອງຄູນຖືກທຳລາຍຢ່າງຫນັກວັດເພຍກໍ່ຖືກທຳລາຍພະສົງ ແລະຜູ້ຄົນໄດ້ລົ້ມຕາຍຫລວງ ຫລາຍ ແຕ່ບໍ່ຫນ້າເຊື່ອວ່າອົງພະພຸດທະຮູບໃນວັດເພຍຈະລອດພົ້ນໄດ້ຈາກການໂຈມຕີຂອງພວກສັດຕູທັງໆທີ່ເປັນເປົ້າໃຫຍ່ຂອງເຂົາເຈົ້າ ສ່ວນທີ່ບໍ່ຫນ້າເຊື່ອກວ່າກໍ່ຄືເຫດການຄັ້ງນັ້ນມີຜູ້ເຖົ້າເລົ່າໃຫ້ຟັງວ່າເຫັນພະພຸດທະຮູບຫ້ອງໄຫ້ນ້ຳຕາໄຫລອາບສອງພວງແກ້ມ. ເລື່ອງນີ້ຈະ ມີຈິງ ຫລື ບໍ່ນັ້ນ ເມື່ອທ່ານໄດ້ໄປທ່ຽວເມືອງຄຸນກໍ່ຕ້ອງລອງຖາມພໍ່ແມ່ປະຊາຊົນເບິ່ງ ແຕ່ຄວາມຈິງແລ້ວເມືອງຄູນກໍ່ຖືກຖີ້ມລະເບີດໃສ່ຈົນ ເຮັດໃຫ້ສິ່ງສັກສິດຄູ່ບ້ານຄູ່ ເມືອງດັ່ງພະທາດຈອມເພັດທີ່ຕັ້ງຢູ່ໃກ້ໆກັບວັດເພຍນັ້ນຍອດຖືກລົ້ມ ຫັກໄປສ່ວນພະທາດຝຸ່ນອັນເປັນບູຮານ ສະຖານ ແລະ ສິ່ງສັກສິດສຳຄັນຢູ່ບໍລິເວນອັນດຽວ ກັນບໍ່ຖືກທຳລາຍຈິ່ງເຫລືອຮອດປະຈຸບັນມາໃຫ້ຊາວບ້ານໄດ້ເຄົາລົບບູຊາເທົ້າທຸກວັນ ນີ້.
You need to be a member of ກຸ່ມຮັກເມືອງພວນ to add comments!