ສັຕຕະກະ ຄື ຫມວດ ໗ 

 

ອະປະຣິຫານິຍະທັມ ໗ ຢ່າງ 

 

໑. ຫມັ່ນປະຊຸມກັນເນື່ອງນິດ

໒. ເມື່ອປະຊຸມກັນກໍ່ພ້ອມພຽງກັນປະຊຸມເມື່ອເລີກປະຊຸມກໍ່ພ້ອມພຽງກັນເລີກແລະພ້ອມພຽງຊ່ວຍກິດທີ່ສົງຈະຕ້ອງທຳ

໓. ບໍ່ບັນຍັດສິ່ງທີ່ພຣະພຸດທະເຈົ້າບໍ່ບັນຍັດຂື້ນບໍ່ຖອນສິ່ງທີ່ພຣະອົງຊົງບັນຍັດໄວ້ ແລ້ວສາມາທານສຶກສາຢູ່ໃນສິກຂາຕາມທີ່ພຣະອົງຊົງບັນຍັດໄວ້

໔. ພິສຸເຫລົ່າໃດເປັນຜູ້ໃຫຍ່ເປັນປະທານໃນສົງ ເຄົາຣົບນັບຖືພິກສຸເຫລົ່ານັ້ນ ເຊື່ອຟັງຖ້ອຍຄຳຂອງທ່ານ

໕. ບໍ່ລຸອໍານາດແກ່ຄວາມຍາກທີ່ເກິດຂື້ນ

໖. ຍິນດີໃນເສນາສະນະປ່າ

໗. ຕັ້ງໃຈຢູ່ວ່າ ເພື່ອນພິກສຸສາມະເນຣເຊິ່ງເປັນຜູ້ມີສີນ ເຊິ່ງຍັງບໍ່ມາສູ່ອາວາດ ຂໍໃຫ້ມາ ທີ່ມາແລ້ວຂໍໃຫ້ເປັນສຸກ

 

  ອະທິບາຍ:

ຄົນຜູ້ຕັ້ງຢູ່ໃນຄຸນນະທັມ ໗ ປະການນີ້ ຍ່ອມບໍ່ມີຄວາມເສື່ອມເສຍ ມີແຕ່ຄວາມຈະເລີນຢ່າງດຍຽວ

ຫມັ່ນປະຊຸມໃນທີ່ນີ້ ທ່ານຫມາຍເອົາການປະຊຸມທີ່ເປັນສາຣະປະໂຫຍດ ເຊັ່ນ ປະຊຸມສົນທະນາທັມ ສົນທະນາວິນັຍ ຫລືດ້ວຍການທຳກິດຂອງສົງເປັນຕົ້ນ

ເມື່ອມີກິດທຸລະເກິດຂື້ນກໍ່ພ້ອມໃຈກັນທຳ ງານໃຫຍ່ໆ ກໍ່ຈະເປັນອັນສຳເລັດໄດ້ໂດຍງ່າຍ ເພາະຄວາມພ້ອມພຽງກັນນີ້ເອງ

ພຸດທະບໍຣິສັດທັງປວງຊ່ວຍກັນປະຕິບັດທັມວິນັຍ ທີ່ພຣະອົງຊົງບັນຍັດໄວ້ແລ້ວ ບໍ່ຮື້ຖອນຫລືເພີ່ມເຕີມຂື້ນໃຫມ່ ອັນຈະເປັນເຫດໃຫ້ເກິດຄວາມຝັ້ນເຝືອ ທຳໃຫ້ສັດທັມປະຕິຣູບເກິດຂື້ນໃຫມ່ເມື່ອພຸດທະບໍຣິສັດປະຕິບັດຕາມຂໍ້ທີ່ພຣະພຸດທະອົງໄດ້ວາງໄວ້ໂດຍເຄ່ງຄັດເຊັ່ນນີ້ແລ້ວ ຍ່ອມໄດ້ຊື່ວ່າ ການປະຕິບັດບູຊາແດ່ພຣະພຸດທະອົງ

ການທຳຄວາມເອື້ອເຟື້ອ ຫລືເຊື່ອຟັງຄຳຂອງພຣະເຖຣະຜູ້ເປັນໃຫຍ່ເປັນປະທານ ໄດ້ຊື່ວ່າ ມີຄວາມອ່ອນນ້ອມ ມີຄວາມເຄົາຣົບຕໍ່ຜູ້ເປັນໃຫຍ່ດ້ວຍ

ການລຸອຳນາດຕໍ່ຄວາມຍາກ ຄື ປ່ອຍໃຈໃຫ້ເປັນໄປຕາມອຳນາດຂອງຄວາມຍາກທີ່ເກິດຂື້ນ ເຊັ່ນ ຮັກຜູ້ຍິງ ເປັນຕົ້ນ ຄົນຜູ້ຂົ່ມໃຈບໍ່ໃຫ່ກະເຍີທະຍານໄປຕາມອຳນາດຂອງຄວາມຍາກໄດ້ ຈິດຍ່ອມສະງົບ ແລະເປັນເຫດໃຫ້ນຳຄວາມສຸກມາໃຫ້

ເສນາສະນະປ່າ ອັນເປັນທີ່ສະງັດຈາກອາຣົມພາຍນອກ ເຊິ່ງເປັນຂ້າສຶກຕໍ່ຄວາມສະງົບ ຄົນຜູ້ຍິນດີ ໃນເສນາສະນະປ່າແລ້ວຈິດໃຈຍ່ອມສະງົບແລະໄດ້ສຸກອັນເກິດແຕ່ຄວາມວິເວກນັ້ນ

ເປັນຜູ້ມີຈິດເມດຕາຕໍ່ເພື່ອນພິກສຸສາມະເນຣ ບໍ່ຄິດຮ້າຍຕໍ່ເຂົາ ເມື່ອເຫັນຄວາມດີມິກິຣິຍາມາຣະຍາດຮຽບຮ້ອຍ ກໍ່ຕ້ອງການໃຫ້ເຂົາພັກຢູ່ດ້ວຍ ບໍ່ຫວງເສນາສະນະໄວ້ຜູ້ດຽວ

 

ອະຣິຍະຊັບ ໗ 

 

໑. ສັທທາ ເຊື່ອສິ່ງທີ່ຄວນເຊື່ອ

໒. ສີນ ຮັກສາກາຍ ວາຈາ ໃຈ ໃຫ້ຮຽບຮ້ອຍ

໓. ຫິຣິ ຄວາມລະອາຍຕໍ່ບາບທຸຈະຣິດ

໔. ໂອຕຕັບປະ ຢ້ານເກງກົວຕໍ່ບາບ

໕. ພາຫຸສັຈຈະ ຄວາມເປັນຄົນເຄີຍໄດ້ຍີນໄດ້ຟັງຫລາຍ ຄື ຈໍາຊົງທັມແລະຮູ້ສີນລະປະວິທະຍາຫລາຍ

໖. ຈາຄະ ສະລະໃຫ້ປັນສິ່ງຂອງໆ ຕົນແກ່ຄົນທີ່ຄວນໃຫ້ປັນ

໗. ປັນຍາ ຮອບຮູ້ສິ່ງທີ່ເປັນປະໂຫຍດແລະບໍ່ມີປະໂຫຍດ

 

  ອະທິບາຍ:

ຊັບເຫລົ່ານີ້ ຄື ຄຸນຄວາມດີທີ່ມີຢູ່ໃນສັນດານ ເປັນຊັບອັນປະເສິດ ດີກວ່າ ຊັບພາຍນອກ ມີເງິນທອງ ເປັນຕົ້ນ ເພາະເປັນຂອງເນື່ອງດວຍຕົນໂຈນລັກເອົາໄປບໍ່ໄດ້ ທັງຍັງເປັນຂອງຕິດຕາມຕົວເຮົາໄປໃນພົບຫນ້າໄດ້ ສະນັ້ນຈຶ່ງຄວນປະກອບໃຫ້ມີໃນຕົນ

 

ສັບປຸຣິສະທັມ ໗ 

 

໑. ຄວາມເປັນຜູ້ຮູ້ຈັກເຫດ (ທັມມັນຍຸຕາ)

໒. ຄວາມເປັນຜູ້ຮູ້ຈັກຜົນ (ອັດຖັນຍຸຕາ)

໓. ຄວາມເປັນຜູ້ຮູ້ຈັກຕົນ (ອັດຕັນຍຸຕາ)

໔. ຄວາມເປັນຜູ້ຮູ້ຈັກປະມານ (ມັດຕັນຍຸຕາ)

໕. ຄວາມເປັນຜູ້ຮູ້ຈັກການ (ກາຣັນຍຸຕາ)

໖. ຄວາມເປັນຜູ້ຮູ້ຈັກບໍຣິສັດ (ປະຣິສັນຍຸຕາ)

໗. ຄວາມເປັນຜູ້ຮູ້ຈັກບຸກຄົນ (ບຸກຄະລະປະໂຣປັນຍຸຕາ)

 

  ອະທິບາຍ:

ຮູ້ຈັກເຫດ ຄື ເມື່ອເຫັນເຫດແລ້ວຍ່ອມສາມາດຄາດການລ່ວງເລີຍໄປຖືງຜົນໄດ້ເລີຍ ເຊັ່ນ ຮູ້ຈັກວ່າ ເມື່ອທຳທຸຈະຣິດແລ້ວ ຜົນທີ່ຈະໄດ້ຮັບ ຄື ຄວາມທຸກ

ຮູ້ຈັກຜົນ ຄື ເມື່ອໄດ້ປະສົບຜຜົນສຳເລັດກໍ່ອາດສາວໄປຫາເຫດໄດ້ຖືກວ່າທີ່ໄດ້ຮັບຄວາມສຸກກໍ່ເພາະເຫດນີ້ໆ ເຊັ່ນ ໄດ້ລາບ ຍົດ ສັນລະເສີນກໍ່ເປັນຜົນມາຈາກປະພຶດສຸຈາຣິດ

ຮູ້ຈັກຕົນ ຄື ຮູ້ຈັກຖານະຂອງຕົນ ເຊັ່ນ ເຮົາເປັນບ່າວມີຫນ້າທີ່ທຳຕາມຄຳທີ່ນາຍສັ່ງເທົ່ານັ້ນ ບໍ່ຄວນຕີຕົນສະເຫມີ ຫລືທຳຫຍັງເກີນຫນ້າເຈົ້ານາຍ

ຮູ້ຈັກປະມານ ຄື ຮູ້ຈັກປະມານໃນການດຳລົງຊີວິດບໍ່ແມ່ນຈ່າຍຊັບຈົນເກີນຕົວ ເຊັ່ນ ເຮົາເປັນກຳມະກອນທຳງານພໍໄດ້ຄ່າອາຫານເປັນວັນໆໄປເທົ່ານັ້ນ ແຕ່ເຫັນຄົນອື່ນມີລົດເກ໋ງຂັບກໍ່ໄປຍືມເງິນຄົນອື່ນມາຊື້ດ້ວຍທຳໃຫ້ເປັນຫນີ້ສີນລົ້ນພົ້ນຕົວ ເຊັ່ນນີ້ຊື່ວ່າ ບໍຮູ້ຈັກປະມານຂອງຕົນເອງ

ຮູ້ຈັກການ ຄື ຮູ້ຈັກວ່າເວລາໃດເປັນການສົມຄວນຈະປະກອບກິດນັ້ນຫລືຮູ້ຈັກການທີ່ຄວນເວົ້າແລະບໍ່ຄວນເວົ້າ

ຮູ້ຈັກບໍຣິ້ສັດ ຄື ຮູ້ຈັກປະຊຸມຊົນ ໄດ້ແກ່ຮູ້ຈັກໃຊ້ກິຣິຍາ ວາຈາ ໃຫ້ເຫມາະກັບສັງຄົມນັ້ນໆ ເຊັ່ນ ໃນສັງຄົມຂອງຜູ້ດີ ເຮົາຄວນແຕ່ງຕົວແບບໃດຈຶ່ງຈະເຫມາະຫລືການໃຊ້ຄຳເວົ້າແບບໃດຈຶ່ງຈະຄວນເປັນຕົ້ນ

ຮູ້ຈັກບຸກຄົນ ຄື ຮູ້ຈັກເລືອກບຸກຄົນວ່າຜູ້ນີ້ເປັນຄົນດີຄວນຄົບ ຄົນນີ້ບໍ່ຄວນຄົບເປັນຕົ້ນ

ສັບປຸຣະທັມເຫລົ່ານີ້ ແປວ່າ ທັມຂອງສັດຕະບຸຣຸດ ຫລືທັມທີ່ທຳໃຫ້ເປັນສັດຕະບຸຣຸດ ຫລືຄຸນສົມບັດຂອງຄົນດີໃນທັມຫມວດນີ້ ຂໍ້ທີ ໑ ເປັນສຳຄັນເພາະເມື່ອຄົນຮູ້ຈັກເຫດແລ້ວ ກໍ່ຍ່ອມປະຕິບັດບໍ່ຜິດພາດ

 

ສັບປຸຣິສະທັມ ອີກ ໗ ຢ່າງ

 

໑. ສັດຕະບຸຣຸດປະກອບດ້ວຍທັມ ໗ ປະການ ຄື ມີສັດທາ ມີຄວາມລະອາຍຕໍ່ບາບ ມີຄວາມກົວຕໍ່ບາບ ເປັນຄົນໄດ້ຍິນໄດ້ຟັງ ເປັນຄົນມີຄວາມພຽນ ເປັນຄົນມີສະຕິຫມັ້ນຄົງ ເປັນຄົນມີປັນຍາ

໒. ຈະປຶກສາສິ່ງໃດກັບໃຜໆ ກໍ່ບໍ່ປຶກສາເພື່ອຈະບຽດບຽນຕົນແລະຜູ້ອື່ນ

໓. ຈະຄິດສິ່ງໃດກໍ່ບໍ່ຄິດເພື່ອບຽດບຽນຕົນແລະຜູ້ອື່ນ

໔. ຈະເວົ້າສິ່ງໃດກໍ່ບໍ່ເວົ້າເພື່ອຈະບຽດບຽນຕົນແລະຜູ້ອື່ນ

໕. ຈະທໍາສິ່ງໃດກໍ່ບໍ່ທໍາເພື່ອຈະບຽດບຽນຕົນແລະຜູ້ອື່ນ

໖. ມີຄວາມເຫັນຊອບ ບໍ່ເຫັນວ່າ ທໍາດີໄດ້ດີ ທໍາຊົ່ວໄດ້ຊົ່ວ ເປັນຕົ້ນ

໗. ໃຫ້ທານໂດຍເຄົາຣົບ ຄື ເອື້ອເຟື້ອແກ່ຂອງທີ່ຕົນໃຫ້ແລະຜູ້ຮັບທານນັ້ນ ບໍ່ທຳອາການດຸດຖີ້ມເສຍ

 

  ອະທິບາຍ:

ການໃຫ້ທານໂດຍເຄົາຣົບນັ້ນ ມີ ໒ ຢ່າງຄື ເຄົາຣົບໃນການໃຫ້ທານຂອງຕົນແລະເຄົາຣົບໃນຜູ້ຮັບທານ ການເປັນຜູ້ຍິນດີ ໃນທານຂອງຕົນບໍ່ວ່າທານນັ້ນຈະປະນິດຫລືເລວກໍ່ຕາມບໍ່ດູຫມິ່ນທານນັ້ນ ພໍໃຈຕາມກຳລັງສັດທາຂອງຕົນ ຊື່ວ່າ ເຄົາຣົບໃນທານແລະໃຫ້ໂດຍເອື້ອເຟື້ອບໍ່ດູຫມິ່ນປະຕິກຄາຫົກຜູ້ຮັບໃຫ້ດ້ວຍຄວາມອ່ອນນ້ອມ ບໍ່ທຳອາການດຸດຖີ້ມເສຍ ຊື່ວ່າ ເຄົາຣົບໃນຜູ້ຮັບ

 

ໂພຊະນັງ ໗

 

໑. ສະຕິ ຄວາມລະນຶກໄດ້

໒. ທັມະວິຈະຍະ ຄວາມສອດສ່ອງທັມ

໓. ວິຣິຍະ ຄວາມພຽນ

໔. ປິຕິ  ຄວາມອີ່ມໃຈ

໕. ປັສສັທທິ ຄວາມສະງົບໃຈແລະອາຣົມ

໖. ສະມາທິ ຄວາມຕັ້ງໃຈຫມັ້ນ

໗. ອຸເບກຂາ ຄວາມວາງເສີຍ

 

  ອະທິບາຍ:

ສະຕິໃນທີ່ນີ້ຫມາຍເອົາການລະນຶກໄດ້ເຖິງສິ່ງທີ່ທຳຫລືຄຳທີ່ເວົ້າແລ້ວແຕ່ນານຫລືລະນຶກພິຈາຣະນາອາຣົມໃນສະຕິປັດຖານ ຄື ກາຍ ເວທະນາ ຈິດ ທັມ ຊື່ວ່າ ສະຕິສັມໂພຊະນັງ

ການພິຈາຣະນາຄັດເລືອກທັມທີ່ເປັນກຸສົນ ວ່າຄວນປະຕິບັດເລືອກທັມທີ່ເປັນກຸສົນວ່າບໍ່ຄວນປະຕິບັດ ແລະຄັດເລືອກທັມທີ່ຕົນຄວນປະຕິບັດ ຄື ສົມຄວນແກ່ຕົນ ຊື່ວ່າ ທັມະວິຈັຍສັມໂພຊະນັງ

ຄວາມພຽນດ້ວຍກາຍ ເຊັ່ນ ຂະຫຍັນຫາຊັບເປັນຕົ້ນ ຫລືພຽນໃນທາງຈິດ ເຊັ່ນ ພຽນໃນສັມມັບປະທານຫລືໃນສັມມາວາຈາມະ ເປັນຕົ້ນ ຊື່ວ່າ ວິຣິຍະສັມໂພຊະນັງ

ຄວາມອີ່ມໃຈປື້ມໃຈໃນຄວາມດີທີ່ຕົນປະຕິບັດມາ ຫລືໃນຜົນທີ່ປະກົດ ຊື່ວ່າ ປິຕິສັມໂພຊະນັງ

ຄວາມສະງົບກາຍສະງົບໃຈຈາກອາຣົມທີ່ຟຸ້ງຊ່ານ ຫລືສະງົບຈາກອຸປະກິເລດ ຄື ເຄື່ອງທຳໃຈໃຫ້ເສົ້າຫມອງ ມີ ໑໖ ຢ່າງ ມີ ອະພິດຊາວິສົມໂລບ ເປັນຕົ້ນ ຊື່ວ່າ ປັສສັທທິສັມໂພຊະນັງ

ຄວາມທີ່ຈິດສະງົບບໍ່ຟຸ້ງຊ່ານຕັ້ງຢູ່ໃນອາຣົມດຽວ ຊື່ວ່າ ສະມາທິສັມໂພຊະນັງ

ການວາງເສີຍເປັນກາງ ດ້ວຍໃຊ້ປັນຍາພິຈາຣະນາເຊິ່ງມີທັມເປັນອາຣົມ ຊື່ວ່າ ອຸເບກຂາສັມໂພຊະນັງ ຕ່າງຈາກອຸເບກຂາໃນພົມວິຫານແລະອັບປະມັນຍາເພາະໃນ ໒ ຫມວດນັ້ນ ມີສັດເປັນອາຣົມ

 

ເລື່ອງທີ່ຄວນຮູ້

 

໑. ຄົນຜູ້ທີ່ຕ້ອງການແຕ່ຄວາມຈະເລີນຝ່າຍດຽວບໍ່ຕ້ອງການຄວາມເສື່ອມເລີຍຄວນປະຕິບັດຕາມທັມຫຍັງ...

ຕອບ: (ອະປະຣິຫານິຍະທັມ)

໒. ຈົ່ງສົງເຄາະອະຣິຍະທັມ ໗ ລົງໃນໄຕສິກຂາມາດູ...

ຕອບ: (ຈັດລົງໄດ້ ໒ ຄື ສີນສິກຂາ ແລະປັນຍາສິກຂາ ສີນ ຫິຣິ ໂອຕຕັບປະ ຈາຄະ ຈັດລົງໃນສີນສິກຂາ ສັດທາ ພາຫຸສັຈຈະ ແລະປັນຍາຈັດລົງໃນປັນຍາສິກຂາ

໓. ໃນສັບປຸຣິສະທັມ ໗ ຂໍ້ໃດເປັນຂໍ້ສຳຄັນກວ່າຂໍ້ອື່ນ...

ຕອບ: (ຂໍ້ ໑ ທັມມັນຍຸຕາ)

໔. ອຸເບກຂາໃນພົມວິຫານກັບອຸເບກຂາໃນໂພຊະນັງຕ່າງກັນແບບໃດ...

ຕອບ: (ຕ່າງກັນ ຄື ອຸເບກຂາໃນພົມວິຫານເປັນໄປໃນສັດຕະວະບຸກຄົນສ່ວນອຸເບກຂາໃນໂພຊະນັງເປັນໄປໃນສະພາວະທັມ)

໕. ຈົ່ງສົງເຄາະໂພຊະນັງ ໗ ລົງໃນໄຕສິກຂາມາດູ...

ຕອບ: (ສົງເຄາະຢ່າງນີ້ ຄື ສະຕິ ວິຣິຍະ ປິຕິ ສະມາທິ ແລະອຸເບກຂາສົງເຄາະລົງໃນສະມາທິສິກຂາຫລືຈິດຕະສິກຂາ ທັມວິຈະຍະ ສົງເຄາະລົງໃນປັນຍາສິກຂາ)

 

Views: 14

© 2014   Created by Yimlao.

Badges  |  Report an Issue  |  Terms of Service