1ຄົ້ນ1ຕົ້ນເພື່ອໂລກເພື່ອພວກເຮົາ
ນາງສາວນິດຕະຍາ ປານມາໄລທອງ ທີ່ໄດ້ຖືກເລືອກໃຫ້ເປັນນາງງາມ ລັດມີນນີໂຊຕາ ສໍາລັບປີ 2012 ນີ້
ຂ້າພະເຈົ້າມີຄວາມພູມໃຈທີ່ຈະໄດ້ແນະນໍາໃຫ້ທ່ານຮູ້ຈັກກັບ
ນິດຕະຍາ ປານມາໄລທອງ ສາວລາວ-ອາເມຣິກັນ ທີ່ໄດ້ສ້າງຊື່ສຽງແລະຄວາມພາກພູມໃຈ
ໃຫ້ແກ່ປະຊາຄົມລາວໃນລັດມິນນີໂຊຕາ ກໍຄືໃນທົ່ວສະຫະລັດ ແລະທົ່ວໂລກກໍວ່າໄດ້ ຫລັງ
ຈາກທີ່ນາງໄດ້ຖືກເລືອກເມື່ອເດືອນພະຈິກປີກາຍນີ້ ໃຫ້ເປັນນາງງາມລັດມິນນີໂຊຕາ ປະຈໍາ
ປີ 2012 ຫລື Miss Minnesota USA 2012 ຊຶ່ງນາງເປັນຄົນອາເມຣິກັນເຊື້ອສາຍເອ
ເຊຍຄົນທໍາອິດ ທີ່ໄດ້ຄອງຕໍາແໜ່ງນີ້ ໃນລັດທີ່ມີຊາວເອເຊຍອາໃສຢູ່ຫລາຍສົມຄວນ ໂຮມ
ທັງພວກອົບພະຍົບລາວລຸ່ມແລະລາວມົ້ງ.
ແຕ່ວ່າເລື່ອງລາວຂອງນິດຕະຍາ ບໍ່ແມ່ນ
ເລື່ອງລາວຂອງສາວງາມ ທີ່ໄປປະກວດ
ເພື່ອໂຊຄວາມງາມຂອງຕົນ ແລະເພື່ອ
ຊື່ສຽງ ຄວາມດັງ ຫລືຄວາມມີໜ້າມີຕາ
ເທົ່ານັ້ນ ແຕ່ເຫດຜົນທີ່ນິດຕະຍາເຂົ້າປະ
ກວດໂດຍທີ່ບໍ່ໄດ້ຕັ້ງໃຈໄວ້ລ່ວງໜ້າ ແລະ
ທັ້ງໆທີ່ອາຍຸແກ່ກ່ວານາງງາມຄົນອື່ນໆ
ນັ້ນ ກໍແມ່ນເພາະຢາກໄດ້ເງິນລາງວັນ
ມາເປັນທຶນການສຶກສາເພື່ອໃຫ້ໄດ້ເຂົ້າ
ຮຽນຕໍ່ໃນມະຫາວິທະຍາໄລເທົ່ານັ້ນ
ຍ້ອນວ່າຖານະຄອບຄົວທຸກຍາກ ນິດຕະ
ຍາຈຶ່ງບໍ່ສາມາດເຂົ້າຮຽນຕໍ່ມະຫາວິທະຍາ
ໄລໄດ້ ຫລັງຈາກທີ່ຮຽນຈົບມັດທະຍົມປາຍ
ຫລືໄຮສະກູລ ໃນປີ 2003. ນາງຕ້ອງໄດ້
ເຮັດການ ຫາເງິນມາຊ່ວຍລ້ຽງຄອບຄົວ
ຊຶ່ງມີພໍ່ແມ່ອ້າຍເອື້ອຍນ້ອງນໍາກັນ 10 ຄົນ.
ດັ່ງນັ້ນ ນາງງາມລັດມິນນີໂຊຕາຄົນນີ້ ຈຶ່ງ
ບໍ່ໄດ້ມີແຕ່ຄວາມງາມເປັນຄຸນນະສົມບັດເທົ່ານັ້ນ ແຕ່ຍັງມີຄວາມຮັບຜິດຊອບສູງແລະກະຕັນ
ຍູຮູ້ບຸນຄຸນນໍາອີກ. ນິດຕະຍາເປັນລູກສາວຂອງທ່ານເກສອນແລະຍານາງແກ່ນຈັນ ປານມາ
ໄລທອງ ຈາກສະຫວັນນະເຂດ.
ນອກຈາກນ້ອງສາວຫລ້າຈະເປັນ Down Syndrome ຫລືໂຣກປັນຍາອ່ອນ ມີພັດທະນາການຫລືການເຕີບໃຫຍ່ທີ່ບໍ່ສົມບູນ ຍ້ອນຄວາມຜິດປົກກະຕິທາງໂຄຣໂມໂຊມ ຫລືທາງເຊື້ອກໍາມະພັນນັ້ນແລ້ວ ນິດຕະຍາຍັງມີມານດາທີ່ມີສຸຂະພາບບໍ່ດີ ເປັນໂຣກຫົວໃຈນໍາດ້ວຍ
ໃນຄອບຄົວທີ່ມີ 10 ຄົນນັ້ນ ມີ
ແຕ່ນິດຕະຍາກັບອ້າຍເຂີຍເທົ່າ
ນັ້ນ ທີ່ທໍາງານຫາລ້ຽງຄອບຄົວ
ທັງໆທີ່ນິດຕະຍາເອງກໍມີຄວາມ
ຮູ້ພຽງແຕ່ຂັ້ນມັດທະຍົມປາຍເທົ່າ
ນັ້ນ. ຍ້ອນໃຫຍ່ຢູ່ສະຫະລັດແລະ
ໄດ້ໃຊ້ຊີວິດສ່ວນໃຫຍ່ຢູ່ກັບເອື້ອຍ
ນ້ອງ ແທນທີ່ຈະຕິດຕາມໄປກັບ
ພໍ່ແມ່ ທີ່ຍ້າຍລັດຢູ່ເລື້ອຍໆນັ້ນ
ນິດຕະຍາຈຶ່ງບໍ່ມີໂອກາດໄດ້ຮຽນ
ເວົ້າພາສາລາວ ຈົນກະທັງເມື່ອ
ສາມປີມານີ້ ຈື່ງຍັງເວົ້າບໍ່ເກ່ງແຕ່
ກໍພະຍາຍາມເວົ້າຢູ່ເລື້ອຍໆກັບ
ພໍ່ແມ່ເພື່ອຈະໄດ້ເວົ້າເກ່ງຂຶ້ນ.
ນອກຈາກນ້ອງສາວຫລ້າຈະເປັນ Down Syndrome ຫລືໂຣກປັນຍາອ່ອນ ມີພັດທະນາການຫລືການເຕີບໃຫຍ່ທີ່ບໍ່ສົມບູນ ຍ້ອນຄວາມຜິດປົກກະຕິທາງໂຄຣໂມໂຊມ ຫລືທາງເຊື້ອກໍາມະພັນນັ້ນແລ້ວ ນິດຕະຍາຍັງມີມານດາທີ່ມີສຸຂະພາບບໍ່ດີ ເປັນໂຣກຫົວໃຈນໍາດ້ວຍ.
ຫລັງຈາກຮຽນຈົບໄຮສະກູລໃນປີ 2003 ແລ້ວ ນິດຕະຍາກໍບໍ່ໄດ້ຮຽນໜັງສືຕໍ່ເລີຍ ຈົນກະທັງປີກາຍນີ້ ຈຶ່ງໄດ້ເຂົ້າຮຽນທີ່ Normandale Community College ທີ່ເປັນມະຫາວິທະຍາ
ໄລຊຸມຊົນ ທີ່ພວກນັກສຶກສາທຸກຍາກພາກັນໄປຮຽນເອົາອະນຸປະລິນຍາ 2 ປີເພາະຄ່າຮຽນ
ບໍ່ແພງຫລາຍ ແລ້ວຈຶ່ງໄປຮຽນຕໍ່ມະຫາວິທະຍາໄລໃຫຍ່ອີກ 2 ປີເພື່ອເອົາປະລີນຍາຕີ. ແຕ່
ການທີ່ຈະໄປຮຽນຕໍ່ມະຫາວິທະຍາໄລໃຫຍ່ນັ້ນ ກໍຈະຕ້ອງການຄ່າຮຽນຫລາຍໝື່ນ$ ນິດຕະ
ຍາຈຶ່ງເລີ່ມຊອກຫາທຶນສຶກສາ ແລ້ວນາງກໍມາພົບເວັບໄຊ້ຂອງຄະນະກໍາມະການປະກວດນາງ
ງາມລັດມິນນີໂຊຕາ ຫລື Miss Minnesota Pageant ກໍເລີຍຕັດສິນໃຈເຂົ້າສະໝັກ
ທັງໆທີ່ບໍ່ເຄີຍຄິດມາກ່ອນແລະກໍບໍ່ຄິດວ່າ ຕົນເອງງາມຂະໜາດຢາກເຂົ້າປະກວດນາງງາມ.
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
Tags: 2012, Minnesota, Miss, Nitaya, Panemalaythong, USA, via, ຄົນລາວ, ນາງງາມ, ນິດຕະຍາ, More…ປານມາໄລທອງ, ລັດມິນນີໂຊຕາ, ໄດ້ເປັນ
© 2012 Created by yimlao.
![]()

---------------------------------------------------------------------------------------------------------------------